Home

ຊາ (Camellia Sinensis) ເປັນພືດເສດຖະກິດທີ່ສໍາຄັນອີກພືດໜຶ່ງ ເຊິ່ງຮູ້ຈັກກັນດີໃນການນໍາມາປຸງແຕ່ງເປັນເຄື່ອງດື່ມ ຫຼື ນໍ້າຊາ ທີ່ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກທົ່ວໂລກ. ໃນນີ້ ມັນໄດ້ຖືກຮັບຮູ້ໂດຍທົ່ວໄປ ສຳລັບ ເປັນເຄື່ອງດື່ມທີ່ບໍລິໂພກປະຈຳວັນ ໃນຊື່ ຊາຂຽວ ແລະ ຊາດໍາ (ຊາແດງ). ການຜະລິດຊາ ມີກະຈາຍຢູ່ທົ່ວໂລກ ໂດຍສະເພາະ ເຂດພູສູງ ແລະ ພູພຽງບໍລະເວນ ໃນເງື່ອນໄຂ ສະພາບອາກາດຊຸ່ມເຢັນ ແລະ ສູງກວ່າລະດັບນ້ຳທະເລ 800 – 2,100 ແມັດ.

ຢູ່ໃນລາວ ຊາ ແມ່ນມີການຜະລິດ ແລະ ການຄ້າ ນັບຕັ້ງແຕ່ສະໄຫມອານັກຈັກລາວລ້ານຊ້າງ (1353 -1707) ແລະ ເລີ່ມເປັນທີ່ຮັບຮູ້ກັນຢ່າງແຜ່ຫຼາຍ ໂດຍນັກດື່ມຊາ ຊາວຈີນ ແລະ ເອີຣົບ ໃນຊຸມປີ 1990 ເປັນຕົ້ນມາ. ຊາລາວ ມີຄວາມເປັນເອກະລັກຂອງລົດຊາດ ເນື່ອງຈາກແນວພັນ ແລະ ສະພາບອາກາດທີ່ເໝາະສົມ, ໂດຍສະເພາະ ຊາບູຮານ ແລະ ຊາປ່າ ທີ່ມີອາຍຸຫຼາຍກວ່າ 400 ປີ; ແລະ ຄຸນະພາບ ຂອງການຜະລິດ ແລະ ເຕັກນິກການປຸງແຕ່ງ ທີ່ເນັ້ນໃສ່ການຜະລິດ ໃນຮູບແບບກະສິກຳອິນຊີ ແລະ ກະສິກຳທີ່ດີ. ການຜະລິດ ແລະ ການຄ້າ ສໍາລັບ ຊາລາວ ແຜ່ຂະຫຍາຍ ຢູ່ຫຼາຍຂົງເຂດ ທາງພາກເໜືອ ແລະ ບາງສ່ວນຢູ່ທາງພາກໃຕ້ຂອງລາວ ເຊິ່ງໄດ້ປະກອບສ່ວນໃຫ້ແກ່ການສ້າງລາຍຮັບ ຂອງຊາວກະສິກອນຂະໜາດນ້ອຍ ແລະ ຜູ້ປະກອບການ  ຂອງລາວ ໂດຍສະເພາະ ເຂດພູສູງ ທີ່ມີຄວາມຫຍຸ້ງຍາກໃນການຜະລິດພືດກະສິກຳອື່ນໆ.

ທ່ານສາມາດກົດຕິດຕາມເວັບໄຊທ໌ ຢູ່ທີ່ນີ້ ເພື່ອຮັບ ຂໍ້ມູນຂ່າວສານໃໝ່ໆ ຫຼື ທ່ານສາມາດຕິດຕໍ່ ທີມງານ ຢູ່ທີ່ນີ້ ຖ້າຫາກທ່ານມີຂໍ້ມູນຂ່າວສານທີ່ສໍາຄັນ ຢາກແລກປ່ຽນຮ່ວມກັບທຸກຄົນ ຜ່ານເວັບໄຊທ໌.

Tea (Camellia Sinensis) is one of the most significant cash crops that is processed to become a very popular beverage in the world. It is also generally known in daily consumption as green and black tea (red tea). Tea production is established largely in upland and plateau areas with suitable climate as cold weather and altitudes averages at 800 – 2,100 meters above sea level. In Laos, tea production and trade were initially started in the period of Lan Xang Kingdom (1353-1707) and has been well-known by Chinese and European tea drinkers from 1990 on wards. Lao tea has a unique taste because of variety and suited climates, in particular forest and ancient tea that are more than 400 years old. There is also a potential for quality production and processing techniques which is undertaken on an organic and good agricultural basis. The production and trade of tea are spreading out into many provinces across northern and some southern Laos. This contributes to income generation of smallholder producers and entrepreneurs in Laos especially in mountainous areas where it is difficult to grow other cash crops.

You are welcome to follow this website by this click or contact our team here, if you have interrelated information or knowledge for sharing through this website.