Partners and tea networks

ໂຄງການ ບໍລິການ-ສົ່ງເສີມກະສິກຳຮອບດ້ານ (LURAS) ແມ່ນໂຄງການພາຍໃຕ້ການສະໜັບສະໜຸນຂອງລັດທະບານລາວ ແລະ ສະວິດເຊີແລນ, ເຊິ່ງດຳເນີນໂດຍກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ (DTEAP) ແລະ Helvetas. ໂຄງການເລີ່ມແຕ່ປີ 2015, ໂຄງການ LURAS ແມ່ນສົ່ງເສີມຊາວສວນເພື່ອປັບປຸງລາຍຮັບ ແລະ ສະບຽງອາຫານໂດຍຜ່ານກະສິກຳແບບຍືນຍົງ ແລະ ທຸລະກິດຂະໜາດນ້ອຍ. LURAS ໄດ້ສະໜັບສະໜຸນຊາວສວນຊາໃນແຂວງ ຊຽງຂວາງ, ຫົວພັນ, ອຸດົມໄຊ ແລະ ຜົ້ງສາລີ.

The Lao Upland Rural Advisory Service (LURAS) is a project of the Lao and Swiss Governments, implemented by the Department of Extension and Agro-Processing (DTEAP) and Helvetas.  Starting in 2015, LURAS is helping farmers to improve their incomes and food security through sustainable agriculture and small enterprises. LURAS has been supporting the tea producers in Xiengkhuang, Huaphanh, Oudomxay and Phongsaly province.

ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງ-ຊາຍ ໃຫ້ແກ່ຊຸມຊົນ (COPE) ເປັນໜື່ງໃນໂຄງການຂອງ ອົງການ ເຮວວີຕັດລາວ ເຊິ່ງມີຈຸດປະສົງ ແລະ ເປົ້າໝາຍຫຼັກແມ່ນເພື່ອ ຊ່ວຍໃຫ້ບັນດາ​ຜູ້​ຜະລິດ​ຂະໜາດ​ນ້ອຍ ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ເປັນ​ທໍາ ຈາກ​ການ​ພັດທະນາ​ຕ່ອງ​​ໂສ້​ມູນ​ຄ່າ​ຊາ ​ແລະ ຜະລິດ​ຕະພັນ​ກະສິກໍາ​ອື່ນໆ ​ໂດຍ​ຜ່ານ​ການ​ເຂົ້າ​ເຖິງ ​ແລະ ການ​ໝູນ​ໃຊ້​ຂໍ້​ມູນ​ຂ່າວສານ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ການ​ປັບປຸງ​ອົງການ​ຈັດ​ຕັ້ງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ການ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​​ເອື້ອ​ອໍານວຍ.

Community Organization Participation and Empowerment (COPE) is a project under Helvetas Laos Programme, with the overall objective is to assist smallholder producers fairly benefit from the tea and other agricultural products value chain development through better accessibility and adaptation of information, improved technologies and strengthening of the institution and enabling environment.

ໂຄງການ ການຄ້າຜະລິດຕະພັນຊີວະນາໆພັນ ເຂດອາຊີຕາເວັນອອກສຽງໃຕ້ (BioTrade) ຊອກຫາຕ່ອງໂສ້ການຄ້າຂາຍຜະລິດຕະພັນທີ່ມີທ່າແຮງໃນການສົ່ງອອກ ແລະ ຊ່ວຍພັດທະນາປັບປຸງທຸລະກິດດັ່ງກ່າວໃຫ້ມີຄວາມຍືນຍົງທາງທຳມະຊາດ ແລະ ເອື້ອອຳນວຍຜົນປະໂຫຍດທີ່ເປັນທຳຈາກການນຳໃຊ້ຊັບພະຍາກອນຊີວະນາໆພັນດັ່ງກ່າວນັ້ນໃຫ້ແກ່ຊາວກະສິກອນຢ່າງເປັນທຳ. ວິທີການຈັດຕັ້ງປະຕິບັດຂອງໂຄງການ BioTrade ກໍ່ຄືການຊ່ວຍເຫຼືອຊຸມຊົນ ແລະ ບໍລິສັດ ໃນການປັບປຸງຄຸນະພາບຜະລິດຕະພັນໃຫ້ໄດ້ຕາມມາດຕະຖານ ເພື່ອເພີ່ມການເຂົ້າເຖິງຕະຫຼາດສາກົນພາຍໃຕ້ການປະຕິບັດຕາມຫຼັກການ ການຄ້າຊີວະນານາພັນແບບເປັນທຳ.
ໂຄງການ BioTrade ໄດ້ສົ່ງເສີມ ແລະ ພັກດັນຜະລິດຕະພັນຊາໃນແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ, ປັດຈຸບັນນີ້ຜະລິດຕະພັນຊາດັ່ງກ່າວ ໄດ້ມີການສົ່ງອອກໄປສູ່ຕະຫຼາດຢູໂຣບ ໂດຍມີຍອດຂາຍເພີ່ມຂຶ້ນໃນທຸກໆປີ.

The Regional BioTrade Southeast Asia Project seeks to identify and develop a sustainable natural ingredient supply chain that will promote the equitable sharing of benefits derived from the sustainable use of biodiversity. Bio Trade do this by helping communities and companies to improve product quality along the value chain and to increase the market access of these products through BioTrade principles.

BioTrade had been piloting on tea products in Phongsaly and Bokeo province, now these tea products have exported to the European market and increasing number of order year by year.

ທີມງານ

%d bloggers like this: