
Guideline No. 4_Tea processing
ຄູ່ມືການປຸງແຕ່ງຊາສະບັບນີ້ປະກອບມີ 3 ຫົວຂໍ້ຄື: ການປຸງແຕ່ງຊາແດງ, ການປຸງແຕ່ງເໝົາຊາ (ຊາແຫ້ງ) ແລະ ການປຸງແຕ່ງຊາຂຽວ (ຊາຂົ້ວແຫ້ງ). ວິທີການທັງໝົດນີ້ແມ່ນມາຈາກປະສົບການ ແລະ ຄວາມຊ່ຽວຊານດ້ານການປຸງແຕ່ງຊາຂອງຊາວສວນຊາ ບ້ານຍອດປຽງ.

Guideline No. 3_ Tea planting guideline
ຄູ່ມືການປູກເບ້ຍຊາໄດ້ສັງລວມເອົາຂໍ້ມູນປະສົບການຈາກຊາວສວນຊາ ບ້ານປຽງ ແລະ ບ້ານໂພນ ທີ່ມີປະສົບການມາຫຼາຍສິບປີ, ເຊິ່ງໃນຄູ່ມືດັ່ງກ່າວແມ່ນລວມເອົາຂັ້ນຕອນວິທີການໃນການກະກຽມພື້ນທີ່, ກຽມເບ້ຍຊາ, ການເອົາເບ້ຍຊາລົງປູກ ຈົນໄປເຖິງການຕິດຕາມບົວລະບັດຮັກສາ.
Three new manuals from COPE project
3 ປຶ້ມຄູ່ມືໃໝ່ຈາກ ໂຄງການ COPE
ປຶ້ມຄູ່ມືການປັບປຸງຄຸນະພາບຂອງດິນ, ເຕັກນິກການປູກຕົ້ນຊາ ແລະ ເຕັກນິກການປຸງແຕ່ງຜະລິດຕະພັນຊາ
ບັນດາຄູ່ມື ເລົ່ານີ້ແມ່ນອີງຕາມການສຶກສາທົດລອງ ແລະ ການປະຕິບັດຕົວຈິງ ໃນແຂວງຜົ້ງສາລີ, ເຊິ່ງໄດ້ຮັບການພັດທະນາຮ່ວມມື ລະຫວ່າງ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງຜົ້ງສາລີ, ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງຊາຍໃຫ້ແກ່ຊຸມຊົນ (COPE) ແລະ ຫ້ອງການກະສິກໍານະຄອນພູເອີ ສປ ຈີນ.
ຈຸດປະສົງຂອງບັນດາຄູ່ມືເຫຼົ່ານີ້ແມ່ນ ເພື່ອສະໜັບສະໜຸນໃຫ້ຊາວກະສິກອນພັດທະນາທັກສະການປູກຊາໃນພື້ນທີ່ ທີ່ດີຂຶ້ນ ແລະ ເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ.
Manuals detailing techniques for soil fertility improvement, tea tree planting techniques and tea leaf processing
These techniques are based on demonstration, exchange learning and real practice in Phongsaly province. They were developed in collaboration with the Provincial Agriculture and Forest Office in Phongsaly, Phongsaly Vocational School, Community Organization Participation and Empowerment project (COPE) and the District Agriculture Office, Pu Er, China.
The objectives of these manuals are to support farmers in development of local tea cultivation a better practice, and to therefore earn additional income from tea farming.

Guideline No. 2_Tea pruning and managing tea garden guideline
ຄູ່ມືທີ2: ການຕັດແຕ່ງ ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ
ຄູ່ມືດັ່ງກ່າວໄດ້ສ້າງຂຶ້ນຈາກ ການເກັບກຳຂໍ້ມູນດ້ານ ປະສົບການຂອງຊາວສວນຊາ ແຂວງຊຽງຂວາງ, ເຊິ່ງຈຸດປະສົງຫຼັກຂອງຄູ່ມືດັງກ່າວແມ່ນ ເຈາະຈົງເຖິງເຕັກນິກການ ບົວລະບັດຮັກສາສວນຊາ ແລະ ການຕັດແຕ່ງຕົ້ນຊາ ເພື່ອເຮັດໃຫ້ໄດ້ຮັບຊາມີຄຸນະພາບ ແລະ ຜົນຜະລິດຊາທີ່ເພີ່ມຂຶ້ນ.

ເຕັກນິກແນະນຳໂດຍສັງເຂບໃນການເກັບ/ເດັດໃບຊາ ແລະ ການຕັດແຕ່ງປັບປຸງກິ່ງ/ເຮືອນຍອດຂອງຕົ້ນຊາ
ຄູ່ມືດັ່ງກ່າວແມ່ນໄດ້ຮຽບຮຽງ ແລະ ແປໂດຍອົງການ GIZ ການຮ່ວມມືເຢຍລະມັນ, ເຊິ່ງເນື້ອໃນຂອງຄູ່ມືດັ່ງກ່າວແມ່ນແນະນຳໃຫ້ຮູ້ເຖິງວິທີການເກັບໃບຊາ, ການຕັດແຕ່ງຕົ້ນຊາ ແລະ ການບົວລະບັດຮັກສາຕົ້ນຊາ

ປຶ້ມຕິດຕາມການຊື້-ຂາຍ ຊາຂອງຊາວສວນ ແຂວງຜົ້ງສາລີ
ປຶ້ມດັ່ງກ່າວໄດ້ຖືກສ້າງຂຶ້ນມາໂດຍໂຄງການ COPE ເພື່ອແຈກຢາຍໃຫ້ແກ່ຊາວສວນຊາທີ່ແຂວງຜົ້ງສາລີນຳໃຊ້ໃນການຈົດບັນທຶກການຊື້-ຂາຍຊາ ແລະ ດ້ານໃນຂອງປຶ້ມດັ່ງກ່າວຍັງປະກອບໄປດ້ວຍ, ການແນະນຳກ່ຽວກັບສັນຍາຊາວສວນ, ປະເພດຢາປາບສັດຕູພືດທີ່ຫ້າມນຳໃຊ້ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຄູ່ມື ການຜະລິດ ແລະ ປຸງແຕ່ງຊາ
ຄູ່ມືການຜະລິດ ແລະ ປຸງແຕ່ງຊາ ໂດຍໂຄງການ Shan Tea ປະເທດຫວຽດນາມ, ເນືີ້ອໃນຄູ່ແມ່ນໄດ້ແນະນໍາ ແລະ ອະທິບາຍຂັ້ນຕອນການຜະລິດຊາຂຽວ, ຊາດໍາ, ຊາເຫຼືອງ ແລະ ຊາອູຫຼົງ ນັບຕັ້ງແຕ່ຂອດການຄັດເລືອກວັດຖຸດິບ, ຜະລິດ, ປຸງແຕູ່ງ ຈົນເຖິງການເກັບຮັກສາຜະລິດຕະພັນ.