ABOUT LAO TEA SECTOR

ຢູ່ໃນລາວ ແມ່ນມີການຜະລິດຊາ ແລະ ການຄ້າ ນັບຕັ້ງແຕ່ສະໄຫມອານາຈັກລາວລ້ານຊ້າງ (1353 -1707). ຈາກນັ້ນ ການຜະລິດເພື່ອສ້າງລາຍຮັບ ແມ່ນເລີ່ມຕົ້ນໃນຊຸມປີ 1920 ໂດຍ ການນຳແນວພັນຊາຈາກພາກກາງຂອງປະເທດຫວຽດນາມ ມາປູກ ຢູ່ເຂດພູພຽງບໍລະເວນ ຂອງ ແຂວງຈໍາປາສັກ. ຕໍ່ມາ, ໃນປີ 1928 ຊາພູສັນໄດ້ຖືກຄົ້ນພົບ ຢູ່ແຂວງຊຽງຂວາງ. ໃນຊຸມປີ 1997, ຂະແໜງການຊາລາວ ໄດ້ຮັບການພັດທະນາ ແລະ ສົ່ງເສີມ ຈາກພາກລັດ ໂດຍການຮ່ວມມື ກັບພາກເອກະຊົນ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຊິ່ງຖືກກຳນົດໃຫ້ເປັນກະສິກຳທາງເລືອກ ແລະ ລຸດຜ່ອນການປູກຝິ່ນ ເພື່ອປະຕິບັດແຜນຍຸດທະສາດລຸດພົ້ນອອກຈາກຄວາມທຸກຍາກ ໃນເຂດພາກເໜືອ. ເຊັ່ນວ່າ   ຢູ່ແຂວງຜົ້ງສາລີ, ຂະແໜງການຊາ ໄດ້ຖືກພັດທະນາ ແລະ ນຳໃຊ້ປະໂຫຍດ ເພື່ອຈຸດປະສົງຂອງການຜະລິດກະສິກຳ ໂດຍມີເປົ້າໝາຍສຸດທ້າຍ ຄື ປະກອບສ່ວນເຂົ້າໃນການສ້າງລາຍຮັບໃຫ້ແກ່ຊາວກະສິກອນ. ການຜະລິດໃນເວລານັ້ນ ເກືອບ 95% ໄດ້ເນັ້ນໃສ່ ການສົ່ງອອກໄປຕະຫຼາດ ສປ ຈີນ ຜ່ານການຄ້າຊາຍແດນ. ຊາ ທີ່ຜະລິດຢູ່ໃນລາວ ຖືກຈັດເປັນ 3 ປະເພດຫຼັກ ຄື: ຊາປ່າ ຫຼື ຊ່າບູຮານ ທີ່ຮູ້ກັນໃນຊື່ວິທະຍາສາດວ່າ Camellia Sinensis var. assamica (Wild forest tea or Ancient tea) ແລະ ຍັງຖືກເອີ້ນໃນຊື່ ຊາ ອາຊັມ (Assam Tea ຫລື Shan Tea), ຊາປ່າທີ່ນໍາມາປູກເອງ (cultivated wild forest tea) ແລະ ຊາປູກ (commercial tea). (ອ່ານເພີ່ມເຕີມ: Phou San Wild Tea Report Final. Eng)

ປັດຈຸບັນ ຊາ  (Camellia Sinensis) ຖືກຄົ້ນພົບ ແລະ ມີການຂະຫຍາຍພື້ນທີ່ປູກ ຢູ່ຫຼາຍຂົງເຂດ ທາງພາກເໜືອ (ກວມເອົາການຜະລິດເກືອບ 85% ຂອງການຜະລິດທົ່ວປະເທດ) ເຊັ່ນ: ແຂວງຜົ້ງສາລີ, ແຂວງຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ ແລະ ຫົວພັນ. ບາງສ່ວນຢູ່ທາງພາກໃຕ້ຂອງລາວ ເຊັ່ນ: ແຂວງຈໍາປາສັກ ແລະ ເຊກອງ. ຜົນຜະລິດທີ່ແປຮູບເບື້ອງຕົ້ນ ໄດ້ຖືກເກັບຊື້ ໂດຍ ພໍ່ຄ້າພາຍໃນ (ເກືອບ 80% ແມ່ນ ຄົນຈີນ) ແລະ ຖືກສົ່ງອອກຜ່ານການຄ້າຊາຍແດນ ສູ່ ແຂວງຢູນນານ ຂອງ ສປ ຈີນ ເປັນອັນດັບໜຶ່ງ, ສ່ວນທີ່ເຫຼືອ ແມ່ນສະໜອງໃຫ້ແກ່ຕະຫຼາດພາຍໃນ, ເຂດພາກພື້ນ ແລະ ຢູໂຣບ (ຝລັ່ງ, ເຢຍລະມັນ,…).

ໃນດ້ານນະໂຍບາຍ ເພື່ອສົ່ງເສີມຂະແໜງການດັ່ງກ່າວນີ້ ກໍ່ມີການພັດທະນາຂຶ້ນເທື່ອລະກ້າວ ເຊັ່ນ:  ການພັດທະນາແຜນຍຸດສາດຊາ ຂອງແຂວງຜົ້ງສາລີ ຮອດປີ 2025, ການຮ່ວມມືລະຫວ່າງພາກລັດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເພື່ອປະຕິບັດໂຄງການສົ່ງເສີມຂະແໜງການຊາ ຢູ່ຫຼາຍແຂວງທາງພາກເໜືອ. ການສະໜັບສະໜູນເຮືອນຂົ້ວຊາ ເພື່ອນໍາໃຊ້ເປັນພື້ນທີ່ລວມໃນການຜະລິດ ແລະ ການຮຽນຮູ້ ໃຫ້ແກ່ກຸ່ມຜູ້ຜະລິດຂະໜາດນ້ອຍຫຼາຍກຸ່ມ ຢູ່ແຂວງພາກເໜືອ ແລະ ໃຕ້. ການລິເລີ່ມສ້າງຕັ້ງສະມາຄົມຊາ ຢູ່ແຂວງຜົ້ງສາລີ ແລະ ຈຳປາສັກ. ຊາວກະສິກອນຂະໜາດນ້ອຍ ແລະ ຜູ້ປະກອບການໄດ້ຮັບການສົ່ງເສີມດ້ານການເຂົ້າເຖິງຕະຫຼາດພາຍໃນ ແລະ ສາກົນ ເພື່ອໂຄສະນາ ກ່ຽວກັບຜະລິດຕະພັນຊາຂອງຕົນ ແລະ ຮຽນຮູ້ທັກສະທາງການຕະຫຼາດ.

ເຖິງແມ່ນວ່າ ການຜະລິດຊາ ຢູ່ລາວ ແມ່ນມີທ່າແຮງສູງ ເນື່ອງຈາກເງື່ອນໄຂທາງພູມສັນຖານ ແລະ ຄຸນລັກສະນະທາງຊີວະພາບ ຂອງຊາ ແຕ່ກໍ່ຍັງເປັນການຜະລິດ ແບບກະແຈກກະຈາຍ ໂດຍ ຊາວກະສິກອນຂະໜາດນ້ອຍ ແລະ ໂຮງງານຂະໜາດນ້ອຍ-ກາງ. ການຜະລິດດັ່ງກ່າວ ຍັງບໍ່ໄດ້ຮັບການສົ່ງເສີມຢ່າງຮອບດ້ານ ແລະ ເຕັມປະສິດທິພາບເທົ່າທີ່ຄວນ ໃນດ້ານເຕັກນິກການຜະລິດ, ການປຸງແຕ່ງ ແລະ ການເຂົ້າເຖິງຕະຫຼາດທາງເລືອກ. ນອກຈາກນັ້ນ, ການພັດທະນາບຸກຄະລາກອນ ທີ່ມີຄວາມສາມາດສະເພາະດ້ານ ຍັງມີຈຳກັດ ໃນດ້ານປະລິມານ ແລະ ຄຸນນະພາບ ເຊິ່ງຍັງບໍ່ພຽງພໍຕໍ່ຄວາມຕ້ອງການຕົວຈິງ ຂອງຜູ້ຜະລິດຢູ່ແຕ່ລະທ້ອງຖິ່ນ.

The production and trade of tea in Laos was started in the period of Lan Xang Kingdom (1353-1707). Then, in 1920 the kind of production for income generation manner was promoted which tea trees were conveyed from central of Vietnam to planted in the Bolaven plateau in Champasak province.  After that, in 1928 some wild tea trees were found in Phou San areas in Xingkhouang province. In 1997, the Lao Tea sector has been promoted by the Lao government in cooperation with the private sectors and the pertinent NGOs to be a preferable alternative to swidden agriculture and poppy cultivation in order to implement the strategy of poverty reduction in some northern provinces. For instance, in Phongsaly province, tea has been developed and utilized for the intention of agricultural production to increase income for farmers. The main market was China through border trade with approximately 95% of exporting. Tea in Laos has been categorized into 3 main types which are: Wild forest tea or Ancient tea (Camellia Sinensis var. assamica) and also known as Assam Tea or Shan Tea variety, cultivated wild forest tea and commercial tea. (for more information: Phou San Wild Tea Report Final. Eng)

In recent years, more tea trees have been found and the production areas are expanding in many suitable regions in the north (with over 85% of total production) for instance Phongsaly, Xiengkhouang, Oudomexay, Bokeo, Xayaburi and Huaphan province. There are also noun in some parts of the south such as Champasak and Xekong province. Fresh tea leaves are processed and purchased by local traders (about 80% are Chinese), then exported to Yunnan province, China (the main market), some are supplied to domestic, regional and European markets (France, Germany…).

Policy dialogue is one of the most important elements to promote the tea sector which is undertaken by the Lao government. This includes the Phongsaly Tea Development Strategy until 2025, implementing the cooperation projects related to tea sector between the Lao government and NGOs in many provinces. The number of processing houses for producer groups are established by the support of relevant projects in the north and south which became the center of tea processing and learning for the members of the groups and other visitors. The Lao Tea cooperatives have been initially organized in Phongsaly and Champasak province. Smallholder producer groups and entrepreneurs have opportunities to access alternative markets nationally and internationally to promote their products and learn about marketing.

Even though, the Lao Tea sector has potential for growth with suitable geographical and biological conditions for tea, there are a number of constraints for up-scaling from primary to commercial stage. For example, a small volume of production because of non-collective action organized by individual farmer households and factories, limited support in terms of production techniques, processing and market access. Furthermore, development in human resources with specific expertise on tea has no rapid progress in both quality and quantity as it should have in order to meet the demand of producers locally.