Tea knowledge sharing

ວັນຍອດຊາລາວ International tea day.

ວັນຊາສາກົນກຳລັງຈະມາຮອດ.

ເພື່ອເປັນການສະເຫຼີມສະຫຼອງວັນຊາສາກົນ ເຊິ່ງເປັນງານປະຫວັດສາດຄັ້ງທຳອິດຂອງປະເທດລາວ, ໂດຍປະກອບມີການວາງສະແດງຊາ, ການຊິມຊາ ແລະ ການສົນທະນາກ່ຽວກັບຊາລາວໃຫ້ທຸກຄົນໄດ້ມ່ວນຊື່ນໄປນຳກັນ. ເປັນເວລາ 2 ວັນໃນວັນທີ 4 – 5 ມິຖຸນາ 2022. ມາເຂົ້າຮ່ວມ ແລະ ສະເຫຼີມສະຫຼອງຊາລາວນຳກັນ!

International tea day is coming.

To celebrate an International Tea Day, a first historic event in Laos, with tea exhibition, cupping session and panel discussions about Lao Tea for everyone to enjoy. It’s two-day event on 4th and 5th of June 2022. Join us and let’s celebrate Lao Tea!

ຜົນກະທົບຈາກ Covid -19 ຕໍ່ກັບຊາວສວນຊາຍອດປຽງ ເຂດພູສັນແຂວງຊຽງຂວາງ.

The impact of Covid -19 to Yotpieng Tea farmer in the Phousan area of Xieng Khouang .

ບ້ານຍອດປຽງຕັ້ງຢູ່ໃນເຂດພູສັນ ແຂວງຊຽງຂວາງ, ເຊິ່ງໄດ້ຜະລິດ ຜະລິດຕະພັນຊາຈາກຊາປ່າ ແລະ ຊາທີ່ປູກໃນເຂດພື້ນທີ່. ຜະລິດຕະພັນຊາຈາກຍອດປຽງໄດ້ປະສົບຜົນສຳເລັດທາງດ້ານການຄ້າທັງຕະຫຼາດພາຍໃນລາວ ແລະ ປະເທດຈີນ, ເຊິ່່ງໄດ້ສະໜອງວິຖີຊີວິດຂອງປະຊາຊົນທ້ອງຖິ່ນຕັ້ງແຕ່ປີ 2008 ເປັນຕົ້ນມາ.

Yotpieng Village, located in the Phousan area of Xieng Khouang, produces tea products based on local wild tea trees and tea plantations. The products from Yotpieng have been commercially successful in Laos and China markets, providing a way of life for the local people since 2008.

ຮູບທີ 1: ໃບຊາໄດ້ຖືກປຸງແຕ່ງໂດຍຊາວສວນບ້ານຍອດປຽງ
Figure 1: Tea leaves being processed by Yotpieng Village farmer.

ຊາວສວນບ້ານຍອດປຽງສ່ວນໃຫຍ່ແມ່ນປຸງແຕ່ງ “ເໝົາຊາ”, ເຊິ່ງເປັນຊາທີ່ຍັງບໍ່ທັນປຸງແຕ່ງສໍາເລັດເທື່ອ ຕ້ອງໄດ້ນໍາໄປປຸງແຕ່ງເພີ່ມເຕີມອີກ. ຊາປະເພດນີ້ເປັນທີ່ນິຍົມຫຼາຍສຳລັບພໍ່ຄ້າຄົນກາງທີ່ຊື້ ແລະ ນຳໄປປຸງແຕ່ງຕໍ່ໃນຮູບແບບຊາຂອງພວກເຂົາເອງ.

ກ່ອນໜ້າທີ່ຈະມີພະຍາດ COVID-19 ແຜ່ລະບາດໃນປະເທດຈີນ (ທ້າຍປີ 2019), ຊາວສວນຊາຍອດປຽງໄດ້ເຮັດການຄ້າ ແລະ ຂາຍເໝົາຊາໃຫ້ແກ່ລູກຄ້າຂອງພວກເຂົາ, ເຊິ່ງສ່ວນໃຫຍ່ແລ້ວແມ່ນມາຈາກປະເທດຈີນ. ລູກຄ້າເຫຼົ່ານີ້ຈະຊື້ຊາກັບຊາວສວນ ແລ້ວສົ່ງອອກໄປຕະຫຼາດໃນປະເທດຈີນ. ລາຍຮັບຈາກການຂາຍຊາຂອງຊາວສວນແມ່ນຂຶ້ນກັບ ຄຸນະພາບຂອງເໝົາຊາຕາມລະດູການ ສ່ວນໃຫຍ່ຈະມີລາຍຮັບສູງໃນລະດູແລ້ງ ແລະ ລຸດລົງໃນລະດູຝົນ, ເຊິ່ງສົ່ງຜົນຕໍ່ຄວາມຕ້ອງການຂອງສິນຄ້າ ແລະ ລາຄາຕາມຄວາມເໝາະສົມ.

ການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ເຮັດໃຫ້ການຄ້າລະຫວ່າງຊາຍແດນ ລາວ-ຈີນ ໄດ້ຖືກຈໍາກັດຢ່າງເຂັ້ມງວດ.  ອັນສົ່ງຜົນໃຫ້ຊາວສວນບ້ານຍອດປຽງໄດ້ຮັບຜົນກະທົບຫຼາຍເຊັ່ນກັນ, ຜູ້ຮັບເໝົາຊື້ຊາຈາກຈີນບໍ່ສາມາດຂ້າມຊາຍແດນມາຊື້ຊາໄດ້ອີກ, ເຊັ່ນດຽວກັນກັບສິນຄ້າຊາບໍ່ສາມາດສົ່ງອອກໄປຈີນໄດ້ຈາກການຈຳກັດດ້ານການຄ້າ.

ເພື່ອຂ້າມຜ່ານສິ່ງທ້າທາຍ, ຊາວສວນຊາບ້ານຍອດປຽງໄດ້ເລີ່ມບັນຈຸຫຸ້ມຫໍ່ເໝົາຊາໃສ່ຖົງ ເພື່ອຂາຍໃຫ້ແກ່ຕະຫຼາດພາຍໃນ. ລູກຄ້າສ່ວນໃຫຍ່ຂອງພວກເຂົາໄດ້ປ່ຽນຈາກ ຜູ້ຮັບເໝົາຊື້ຊາມາເປັນບັນດາຫ້ອງການຕ່າງໆ, ຮ້ານຄ້າ, ຮ້ານອາຫານ ແລະ ແມ່ຄ້າທົ່ວໄປ. ຮູບແບບທຸລະກິດແບບໃໝ່ນີ້ສາມາດສ້າງລາຍຮັບໝັ້ນຄົງຕະຫຼອດປີ ເພື່ອລ້ຽງດູຄອບຄົວຂອງພວກເຂົາ.

Yotpieng tea farmers mainly produce “Maocha”, which is an unfinished tea product requiring additional processing. This is favored by tea wholesalers, who purchase the Maocha and finish the product according to their specifications.

Prior to the COVID-19 pandemic outbreak in China (late 2019), Yotpieng tea farmers marketed and sold their Maocha to customers based mainly from China. These clients would purchase their product for export to the Chinese markets. The income made by the tea farmers was highly seasonal as the quality of the Maocha decreased during the wet season. This affected product demand and pricing accordingly.

In response to the COVID-19 pandemic, trade between the Laos-China border became heavily restricted. The tea farmers of Yotpieng village were significantly affected, as Chinese tea wholesalers were no longer able to cross the border and purchase their products. Demand from local tea wholesalers was also reduced, as tea product exports to China were no longer possible from imposed trade restrictions.

To overcome this challenge, Yotpieng village tea farmers, began to process their Maocha tea into packaged tea products for the domestic markets. Their main clients moved from being tea wholesalers to offices, minimarts, restaurants and merchants. This new business model also offered a stable income throughout the year to support their family.

ຮູບທີ 2: ຜະລິດຕະພັນຊາບັນຈຸເພື່ອຂາຍໂດຍຊາວສວນບ້ານຍອດປຽງ.
Figure 2: Finished tea product packages sold by Yotpieng village famers.

ໃນທ້າຍປີ 2020 , ໄດ້ມີການເຊັນສັນຍາຊື້ຂາຍເໝົາຊາຈຳນວນຫຼາຍກັບຕົວແທນຈຳໜ່າຍຊາ, ເຊິ່ງມັນໄດ້ຊ່ວຍໃຫ້ຊາວສວນຊາຍອດປຽງສາມາດດຳເນີນການຜະລິດຊາໄດ້ຕະຫຼອດປີ.

ເຖິງແມ່ນວ່າການແຜ່ລະບາດຂອງ COVID-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຄວາມຕ້ອງການ ຜະລິດຕະພັນຊາພື້ນເມືອງຂອງບ້ານຍອດປຽງ, ແຕ່ຊາວສວນໃນທ້ອງຖິ່ນໄດ້ກ້າວສູ່ສິ່ງທ້າທາຍໂດຍການນຳສະເໜີ ຜະລິດຕະພັນໃນຮູບແບບ ແລະ ນະວັດຕະກຳໃໝ່ໄປສູ່ຖານລູກຄ້າໃໝ່. ນອກຈາກນີ້ຊາວສວນຍັງສາມາດສ້າງລາຍໄດ້ໃຫ້ຄົງທີ່ຕະຫຼອດທັງປີດ້ວຍຮູບແບບທຸລະກິດແບບໃໝ່ນີ້.

ຂໍ້ມູນອ້າງອີງໂດຍ:         

ທ່ານຄຳພັນ – ຜູ້ໃຫ້ຄຳປຶກສາກ່ຽວກັບຊາບ້ານຍອດປຽງ.

ທ່ານນາງ. ມະນີຄອນ ເທບສົມບັດ – ຜູ້ໃຫ້ຄຳປຶກສາກ່ຽວກັບຊາໂຄງການ LURAS

In late 2020, a major purchase contract for Maocha was established with a tea distributor, further enabling Yotpieng village tea farmers to continue their livelihood of producing tea products.

Although the COVID-19 pandemic has significantly impacted the demand for traditional Yotpieng village Maocha products, the local farmers have risen to the challenge by offering new and innovative products to new customer areas. The farmers have also been able to stabilize their income throughout the year with this new business model.

Reference by: 

Mr. Khamphanh – Yotpieng village tea adviser.

Mrs. Manikhone Thepsombath – Tea adviser of LURAS project

Guideline No. 4_Tea processing

ຄູ່ມືທີ 4: ການປຸງແຕ່ງຊາ

ຄູ່ມືການປຸງແຕ່ງຊາສະບັບນີ້ປະກອບມີ 3 ຫົວຂໍ້ຄື: ການປຸງແຕ່ງຊາແດງ, ການປຸງແຕ່ງເໝົາຊາ (ຊາແຫ້ງ) ແລະ ການປຸງແຕ່ງຊາຂຽວ (ຊາຂົ້ວແຫ້ງ). ວິທີການທັງໝົດນີ້ແມ່ນມາຈາກປະສົບການ ແລະ ຄວາມຊ່ຽວຊານດ້ານການປຸງແຕ່ງຊາຂອງຊາວສວນຊາ ບ້ານຍອດປຽງ.

ທ່ານສາມາດຕິດຕາມວິດີໂອ ການປຸງແຕ່ງຊາ ປະເພດຕ່າງໆຕາມວິດີໂອດ້ານລຸ່ມນີ້:

ການປຸງແຕ່ງຊາແດງ
ການປຸງແຕ່ງຊາຕາກແຫ້ງ (ເໝົາຊາ)
ການປຸງແຕ່ງຊາຂຽວ (ຊາຂົ້ວແຫ້ງ)

Guideline No. 3_ Tea planting guideline

ຄູ່ມືທີ 3: ການປູກເບ້ຍຊາ

ຄູ່ມືການປູກເບ້ຍຊາໄດ້ສັງລວມເອົາຂໍ້ມູນປະສົບການຈາກຊາວສວນຊາ ບ້ານປຽງ ແລະ ບ້ານໂພນ ທີ່ມີປະສົບການມາຫຼາຍສິບປີ, ເຊິ່ງໃນຄູ່ມືດັ່ງກ່າວແມ່ນລວມເອົາຂັ້ນຕອນວິທີການໃນການກະກຽມພື້ນທີ່, ກຽມເບ້ຍຊາ, ການເອົາເບ້ຍຊາລົງປູກ ຈົນໄປເຖິງການຕິດຕາມບົວລະບັດຮັກສາ.

ທ່ານສາມາດຕິດຕາມວິດີໂອ ການປູກເບ້ຍຊາຕາມລິ້ງດ້ານລຸ່ມນີ້:

ຈາກອາຊີບຖາງປ່າເຮັດໄຮ່ຫັນມາປູກຊາຂາຍ ສ້າງລາຍຮັບ 78 ລ້ານກີບຕໍ່ປີ

ຂໍ້ມູນຂ່າວສານຈາກ: ໜັງສືພິມວຽງຈັນໃໝ່ 28/9/2020

ຄອບຄົວຂອງ ທ້າວ ບຸນທ່ຽງ ມວນມະນີ ອາຍຸ 54 ປີ, ປະຊາຊົນ ບ້ານສະແມດໃຫຍ່, ເມືອງໄຊສະຖານ, ແຂວງໄຊຍະບູລີ ເປັນຄອບຄົວໜຶ່ງທີ່ໄດ້ຫັນອາຊີບຈາກການເຮັດໄຮ່ປູກເຂົ້າເລື່ອນລອຍ ມາປູກຊາເປັນອາຊີບຫຼັກ. ປັດຈຸບັນມີເນື້ອທີ່ສວນຊາທັງໝົດ 6 ເຮັກຕາ ຈາກການອາໃສແຮງງານພາຍໃນຄອບຄົວທຳການຜະລິດປີໜຶ່ງສາມາດສ້າງລາຍຮັບຈາກການຂາຍຊາໄດ້ 78 ລ້ານກີບ

ທ່ານສາມາດຕິດຕາມຂ່າວສານເພີ່ມເຕີມໄດ້ທີ່ນີ້

Three new manuals from COPE project

3 ປຶ້ມຄູ່ມືໃໝ່ຈາກ ໂຄງການ COPE

ປຶ້ມຄູ່ມືການປັບປຸງຄຸນະພາບຂອງດິນ, ເຕັກນິກການປູກຕົ້ນຊາ ແລະ ເຕັກນິກການປຸງແຕ່ງຜະລິດຕະພັນຊາ

ບັນດາຄູ່ມື ເລົ່ານີ້ແມ່ນອີງຕາມການສຶກສາທົດລອງ ແລະ ການປະຕິບັດຕົວຈິງ ໃນແຂວງຜົ້ງສາລີ, ເຊິ່ງໄດ້ຮັບການພັດທະນາຮ່ວມມື ລະຫວ່າງ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງຜົ້ງສາລີ, ໂຄງການສ້າງຄວາມເຂັ້ມແຂງດ້ານບົດບາດຍິງຊາຍໃຫ້ແກ່ຊຸມຊົນ (COPE) ແລະ ຫ້ອງການກະສິກໍານະຄອນພູເອີ ສປ ຈີນ.

ຈຸດປະສົງຂອງບັນດາຄູ່ມືເຫຼົ່ານີ້ແມ່ນ ເພື່ອສະໜັບສະໜຸນໃຫ້ຊາວກະສິກອນພັດທະນາທັກສະການປູກຊາໃນພື້ນທີ່ ທີ່ດີຂຶ້ນ ແລະ ເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ.

Manuals detailing techniques for soil fertility improvement, tea tree planting techniques and tea leaf processing

These techniques are based on demonstration, exchange learning and real practice in Phongsaly province. They were developed in collaboration with the Provincial Agriculture and Forest Office in Phongsaly, Phongsaly Vocational School, Community Organization Participation and Empowerment project (COPE) and the District Agriculture Office, Pu Er, China.

The objectives of these manuals are to support farmers in development of local tea cultivation a better practice, and to therefore earn additional income from tea farming.

ຄູ່ມືການຮຽນ-ການສອນ ເຕັກນິກການປູກ ແລະ ການປຸງແຕ່ງຊາ
ຄູ່ມືແນະນຳ ຄວາມຮູ້ພື້ນຖານກ່ຽວກັບການປັບປຸງຄຸນະພາບຂອງດິນໂດຍນຳໃຊ້ຖົ່ວສະໄຕໂລ
ຄູ່ມືແນະນຳຄວາມຮູ້ພື້ນຖານກ່ຽວກັບເຕັກນິກການປູກ ແລະ ການບົວລະບັດຮັກສາສວນຊາ

Guideline No. 2_Tea pruning and managing tea garden guideline

ຄູ່ມືທີ2: ການຕັດແຕ່ງ ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ

ຄູ່ມືດັ່ງກ່າວໄດ້ສ້າງຂຶ້ນຈາກ ການເກັບກຳຂໍ້ມູນດ້ານ ປະສົບການຂອງຊາວສວນຊາ ແຂວງຊຽງຂວາງ, ເຊິ່ງຈຸດປະສົງຫຼັກຂອງຄູ່ມືດັງກ່າວແມ່ນ ເຈາະຈົງເຖິງເຕັກນິກການ ບົວລະບັດຮັກສາສວນຊາ ແລະ ການຕັດແຕ່ງຕົ້ນຊາ ເພື່ອເຮັດໃຫ້ໄດ້ຮັບຊາມີຄຸນະພາບ ແລະ ຜົນຜະລິດຊາທີ່ເພີ່ມຂຶ້ນ.

ຂໍ້ມູນອ້າງອີງ ຄູ່ມືການຕັດແຕ່ງ ບົວລະບັດຮັກສາຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ ສາມາດຕິດຕາມໄດ້ທີ່ລິ້ງວິດີໂອດ້ານລຸ່ມນີ້:
https://www.youtube.com/watch?v=WlFyQ-IWKxY&feature=youtu.be&fbclid=IwAR3k_12gcDX2HdxhLOu1k-63Nd591KvenFOB2tWbZA52J1-uGYYK5K3dA6o

Tea processing manual from tea farmer groups in Phongsaly province

ຄູ່ມືດ້ານການປຸງແຕ່ງ ຜະລິດຕະພັນຊາ ຈາກກຸ່ມຊາວສວນ ແຂວງຜົ້ງສາລີ

ຄູ່ມືດ້ານການປຸງແຕ່ງຊາຂຽວ, ຊາບັ້ງຈາກປະສົບການ ແລະ ກຳມະວິທີແບບພື້ນເມືອງຂອງຊາວສວນບ້ານ ບໍ່ກົ້ງ ແລະ ບ້ານ ກໍແມນ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ.